วันศุกร์ที่ 30 พฤศจิกายน พ.ศ. 2555

ສານ: ດອກຫຍ້າບໍ່ລາຄວາຍ

ນ້ອງນີ້/ ຄືດັ່ງດວງດອກຫຍ້າ /ກຳລັງເບັ່ງສົດໃສ/ ສ່ວນພະໄທຫວນຄິດ /ຢູ່ບໍ່ມີຍາມເວັ້ນ /ຍາມກາງເວັນນ້ອງເຫັນອ້າຍ /ນ້ອງໝູບແສງແດດກ້າແກ່ /ອ້າຍບໍ່ແລລ່ຳຈ້ອຍ/ ເນົາດອຍດ້າມປ່າສະຫງວນ/ ສ່ວນອ້າຍເບັດຄົດໂຄ້ງ/ ລົງກາງທົງແໝບລົງໜອງ/ ບໍ່ປະຄອງຫວນຄິດ/ ອ່ວຍຊອນແຊມຊ້ອນ ດອກຫຍ້ານອນເນົາແລ້ງ/ ຫວັງຄວາຍແຍງຊ້ຳພັດຫ່າງ/ ຝ່າຍອີ່ນາງນວນດອກຫຍ້າ/ ພະຫວາເກີ້ເມີ່ລອຍ/ ແທ້ດາຍ.

ອ່ານສານຈາກ ຄວາຍບັກເລເຖົ້າ

ສານ: ຄວາຍບັກເລເຖົ້າ

ອ້າຍນີ້ ປຽບເໝືອນຄວາຍບັກເລເຖົ້າ ຫວັງກິນຊຸມພວກຫຍ້າອ່ອນ ອອນຊອນສາວສ່ຳນ້ອຍ ຊຸມເຈົ້າຜູ້ເບັ່ງບານ ຢ້ານແຕ່ທາງນາດນ້ອງ ຫຍ້າອ່ອນໆບໍ່ຝັນເຫັນ ໃຈນ້ອງຝັນປະສົງຄິດ ຫຍ້າໃໝ່ແຊມແກມເຈົ້າ ຢ້ານນ້ອງເອົາມານອນຊ້ອນ ຫຍ້າຂຽວມອນກຳລັງໃຫຍ່ ເລີຍເລົ່າລືມຜູ້ບ່າວເຖົ້າ ເຮົາຄວາຍຕູ້ ຜູ້ຫ່າງລາ ນ້ອງເອີຍ

ອ່ານສານຈາກ ດອກຫຍ້າ

ສານ: ແສງເດືອນບໍ່ເລືອນຮັກ

ນ້ອງນີ້ ຄືດວງເດືອນສະຫວ່າງແຈ້ງ ຍັງແຍງບ່າວດວງຕາໃສ ໃບຫູສີຍາວໆ ປ້ອມໃນຫາງອ້າຍ ເຖິງວ່າຊາຍດາວລ້ອມ ເຂົ້າຫານາງກະຕາມສ່າງ ເດືອນຫາກແຍງສ່ອງຊອດ ຕົວອ້າຍກະຕ່າຍໝອງ ເຖິງວ່ານ້ອງຕ່າງອ້າຍ ຫຼາຍໜ່ວຍຈັກກະວານ ການໝູນວຽນເວລາໃດ ມອບສົ່ງໃຈເຖິງເຈົ້າ ກະຕ່າຍເຫງົາຫງອຍງວ້ງ ຄິດເຖິງເດືອນທຸກໆສິ່ງ ກິ່ງໄມ້ໜາຜ່າສ່ອງພົ້ນ ເຖິງໝ້ອງກະຕ່າຍນອນ ທຸກມື້ຂໍກ່າວໄວ້ ເດືອນບໍ່ຈືດຈາງໜີ ສິ່ງທີ່ມີຄືເຮົາຄົບ ໄດ້ແຕ່ພຽງແຍງອ້າຍ ໃຫ້ອ້າຍຫາຍເຫງົາງ້ວງ ເມກມາບັງກະຕາມສ່າງ ບໍ່ຫ່າງເຫີນເຈົ້າດອກອ້າຍ ນ້ອງແຍງເລື້ອຍຢູ່ສະເໝີ ອ້າຍເອີຍ

ອ່ານສານຈາກກະຕ່າຍນ້ອຍ ຄິກບ່ອນນີ້

วันพฤหัสบดีที่ 29 พฤศจิกายน พ.ศ. 2555

ສານ(ກະຕ່າຍນ້ອຍຄອຍຈັນ)

ອ້າຍນີ້ ປຽບເໝືອນຕົວກະຕ່າຍນ້ອຍ ຫວັງຄອນຮ່ວມຮຽງເດືອນ ໃຈສະເທືອນຫວນຄິດ ພວກໝູ່ດາວຂາວລ້ວນ ຢ້ານເຂົາຊວນເດືອນແຈ້ງ ເດືອນແຍງດາວດວງໃໝ່ ສ່ວນວ່າຊາຍກະຕ່າຍນ້ອຍ ບໍ່ຫວັງແລ້ວຊິຮ່ວມຮຽງ ຍ້ອນວ່າຊາດຕ່າງຊັ້ນ ພົງພັນເຜົ່າເຮົາຄົບ ນ້ອງຈິ່ງປົບໄປຫາດາວ ເດັ່ນໃນມານອນຊ້ອນ ໄດ້ແຕ່ນອນຄອຍເກີ້ ໃຈລະເມີຄິດຮອດຮ່ຳ ນຳເດືອນເພັນແຈ້ມແຈ້ງ ຄວາມຫວັງອ້າຍກະຕ່າຍໝອງ ໃຫ້ນ້ອງລອງສ່ອງພົ້ນ ເຂດປ່ານະພາໜາ ນ້ຳຕາລິນໆໄຫຼ ຫຼັ່ງບໍ່ມີຍາມເວັ້ນ ຫຼືເປັນເວນຂອງອ້າຍ ພຽງໝາຍເດືອນມາຊ້ອນບ່ອນ ຈິ່ງໄດ້ພຽງຮ່ວມຊັ້ນ ຝັນເກີ້ເມີ່ລອຍ ເຈົ້າເອີຍ.

ອ່ານສານຈາກແສງເດືອນ ຄິກບ່ອນນີ້

ກອນສັ້ນຄາລົມຮັກ


 ບາງຄົນມົວເມົາຫຼິ້ນ                ສະກາຍຮ່ວມເຟສບຸກ
ຮູ້ບໍ່ນໍວ່າແຟນທຸກ                    ຜູ້ທີ່ຍັງລໍຄອຍນ້ອງ
ຫາກວັນໃດໃຈນາງເສົ້າ          ໃຫ້ໂງຫາຜູ້ໄຮ່ຄ່າ
ຍັງຄິດຫານາດນ້ອງ                ເລີງເລື້ອຍຢູ່ບໍ່ວາຍ.

ເຈົ້າອະນຸວົງ


 ຊີ້ແຂນລົງ            ເບື້ອງຝັ່ງແມ່ນ້ຳຂອງ
ໃນສະໝອງ              ຍັງຄຽດແຄ້ນແສນອະໜາດ
ຂອງທາດແທ້             ພວກໝູ່ມານລຳຄານໃຈ
ໃຫ້ພວກໄທ               ວຸ້ນວາຍເປັນວັນໆ.
      ອະໂຫສີ              ຊາດນີ້ຫລືຊາດໜ້າ
ຂ້າພະເຈົ້າ                 ອະນຸວົງບໍ່ສົງສານ
ເຈົ້າຕັດຄໍ                   ໃສ່ແພແບບວິຈານ
ທັງຈູດຜ່ານ                ນະຄອນບ້ານເມືອງກູ.
      ມຶງປີ້ນປັບ            ຄຳຂໍສົມມາພະ
ເຖິງຈະບະ                 ຈະບົນໃຫ້ຮັກກັນ
ສ້າງສະພານ              ລາວ-ໄທໄປທີ່ນັ້ນ
ເພື່ອໃຫ້ຫັນ                ພະແກ້ວກັບມາລາວ.
      ມຶງວ່າຄາວ            ສາກົນຍຸກສະໃໝ
ແຕ່ຫົວໃຈ                  ຍັງຝັງແຄ້ນບໍ່ເສື່ອມສີ
ມຶງວ່າແທ້                   ອິນດູຈີນມິດໄມຕີ
ກູຂໍຊີ້                          ສາບແຊ່ງແຮງຄະນາ.
      ເຈົ້າອະນຸ               ມື້ນີ້ດີອຸລາ
ບອກມາວ່າ                 ຄົນລາວຈົ່ງເຂັ້ມແຂງ
ຮ່ວມແຮງກັນ              ຮັກສາບ້ານເມືອງແພງ
ໃຜແຊກແຊງ              ອິດສະຫຼະຂ້າແນ່ນອນ.

ເກົ້າອົດເກົ້າເຍື້ອນ


 ເກົ້າສະຫຼຶງຢູ່ຟາກນ້ຳາ               ຢ່າຟ້າວອົ່ງຄະນຶງຫາ
ອົດທົນໂຮມແຮງຮິບ                  ຮັ່ນໄປໃຫ້ເຖິງຕົ້ນ
ເກົ້າກະພາໃຫ້ເກັບມ້ຽນ              ຮີບຮັກສາສະເດີທ່ານ
ເຍື້ອນເວລາທີ່ທ້ອນໄວ້               ໃຫ້ຫຼາຍລົ້ນລື່ນຫຼັງ
ຫາກວ່າທ່ານຄິດຕັ້ງ                    ໃຊ້ຈ່າຍບໍ່ເຖິງຖອງ
ຊິຄິດຄອງຄອຍຫາ                     ກະຕ່າແປນບາງປີ້ນ
ໄດ້ແຕ່ລິນນ້ຳຕາຍ້ອຍຍ                ຄະນິງຫາກະຕ່າໃຫຍ່
ທ່ອນທີ່ເຮົາເຄີຍມັກໃຊ້               ບໍ່ປະຢັດມັດແມ້ງ
ຄຳນັ້ນຊິຫ່າງເຫີນ ເດີນທາງໃດກະຄິດພໍ້ ເຮົານັ້ນບໍ່ຮິ່ນຕອງ ທ່ານເອີຍ.