วันพฤหัสบดีที่ 29 พฤศจิกายน พ.ศ. 2555

ສານ(ເປັດນ້ອຍຫາຮັກ)

 ອ້າຍນີ້  ປຽບເໝືອນຕົວເປັດນ້ອຍ ຢາກນອນຄອນນຳໄກ່ ໃຈປະສົງຕໍ່ຕັ້ງ ນຳນ້ອງຢູ່ຫວ່າງຊວງ ຢ້ານແຕ່ດວງຂອງອ້າຍ ບໍ່ກ້ຳກ່າຍກຸດຕາສາຍທາລາລຳທານໃສ ອ້າຍມ່ວນລອຍໆວິ້ງ ສ່ວນເຈົ້າຫຼິງເຫັນອ້າຍຈາກປາຍຄອນເຈົ້າສູງສົ່ງ ຕີນເປີ່ງເປິເປີ່ງເປີ້ຍ ປີນຂື້ນອ້າຍໝື່ນລົງ ເຖິງປະສົງຕໍ່ເຈົ້າ ຢາກເນົາແນບນອນໃນ ຄອນໄກ່ເປັນພຽງຄິດ ເທົ່າທີ່ມີມາໄວ້ ນ້ອງໄກ່ງາມເຫຼືອລົ້ນ ໃຫ້ອີ່ຕົນເປັດນ້ອຍອ່ອນ ຍາມຫຼັບນອນອ້າຍຄິດພໍ້ ຝັນເຖິງນ້ອງຢູ່ບໍ່ວາຍ ແທ້ດາຍ.

ຄິກບ່ອນນີ້  ເພື່ອອ່ານສານຕອບຈາກໄກ່ນ້ອຍ

ไม่มีความคิดเห็น:

แสดงความคิดเห็น