ປີໃໝ່ໄຂປີກອ້າ ເບີຍເບີກລາສີ
ທຸກໆປີຂອງລາວ ທົ່ວກາງເໜືອໃຕ້
ໄດ້ພ້ອມພາກັນສ້າງ ປາງບຸນທີ່ເຄີຍກ່າວ
ປີໃໝ່ລາວບອກບົ່ງຊີ້ ເຫຼືອງເຫຼື້ອມຢູ່ທົ່ວແດນ

ຊາວປະຊາເພີນຈິດ ມ່ວນໂຮແຊວຮ້ອງ
ຕີກອງຫາງສຳລານຈ້າ ກາຍວາຈາຂາວຜຸດຜ່ອງ
ສິ່ງເກົ່າໝອງຫຼັງກ່ອນພຸ້ນ ເດີນເຄື້ອນຜ່ານໄປ

ຢ່າຄິດຫຼັງເລີຍແນວຄິດ ມິດສະຫາຍໃຫ້ຄາຍຮ້ອນ
ຍາມຫຼັບນອນຫຼືເດີນກ້າວ ປີໃໝ່ລາວໃຫ້ໃສຊື່ນ
ຕື່ນຂື້ນມາສຸກຍິ່ງລ້ຳ ກາຍເນື້ອຊື່ນໜ່ວຍໃຈ ແທ້ແລ້ວ

ໃຜຫາກເຄີຍເຂັນທຸກ ກໍ່ສະບາຍຫາຍຮ້ອນ
ຂໍອ່ວຍພອນມານີ້ ໃນນາມບຸນປີໃໝ່
ທຸກຄົນໃສແຈ່ມແຈ້ງ ຢ່າມີມື້ເກົ່າຫຼັງ ທ່ານເອີຍ

ເຫດນາໆຮາວີໃດ ໃຫ້ຜ່ານໄລລາເວັ້ນ
ຂໍບຳເພັນພອນໄວ້ ເດີນທາງໃດກາງໃຕ້ຕ່ຳ
ຂື້ນທິດເໜືອລົງຖິ່ນໃຕ້ ປອດໄພລົ້ນລື່ນຫຼັງ

ໄຫຼຫຼັາງມາໂຮມຮຽງ ຮ່ວມຖົງຈະເລີນຂື້ນ
ຄວາມມຸ່ງຫວັງທີ່ເຄີຍຕັ້ງ ວັດຖຸຄຳຂອງມີຄ່າ
ປາດຖະໜາສົມມ່ວນແມ້ງ ຢ່າໝອງເສົ້າໃຫ້ຊື່ນໃຈ

ປຽບເໝືອນດວງຈຳປາ ແດ່ກຸດສົງການນີ້
ສິ່ງດີໆ ສັງຄົມຍ້ອງ ນິຍົມດີໃຫ້ເດີນຜ່ານ
ທຸກທ່ານນຳຖືກຕ້ອງ ຮັກສາໄວ້ສືບໄປ ແດ່ທ້ອນ

ທຸກທ່ານທານທົນເຫຼືອ ດັ່ງແນວມະນີກ້າ
ບໍ່ໃຫ້ອຸລາຊ້ຳ ນ້ຳໃສໆ ຂາວຜຸດຜ່ອງ
ຂໍໂອບໂຮຍສວາຍລ້າງ ໄລຖິ້ມສິ່ງເກົ່າຫຼັງ

ຂໍເດີນໄປດ້ວຍການດີ ຢ່າຍາກໃຈໃນພາຍໜ້າ
ກາຍອຸລາສະບາຍລົ້ນ ໝົດທຸກຄົນຊົນຊາດເຜົ່າ
ທົ່ວແດນລາວສຸກຍິ່ງຂື້ນ ຈະເລີນກ້າແກ່ນແຂງ

ຂໍຢູ່ດີມີໄຊ ພະຍາດໂລຄາເວັ້ນ
ປາດຖະໜາສຸກລົ້ນ ພອນໃດໃຫ້ສົມຍິ່ງ ເສຍທ້ອນ
ທຸກສິ່ງພອນສົ່ງໃຫ້ ປີໃໝ່ລາວມ່ວນແມ້ງ ໃຫ້ສົມດ້າມດັ່ງຫວັງ ທ່ານເອີຍ
ไม่มีความคิดเห็น:
แสดงความคิดเห็น